ຄໍານໍາ

ຍິນດີຕ້ອນຮັບເຂົ້າສູ່ໂລກແຫ່ງວັນນະກໍາ

 ໃນຈັກກະວານນີ້ມີໂລກພຽງໜ່ວຍດຽວແຕ່ມີຫຼາກຫຼາຍສີສັນ ຊຶ່ງໜຶ່ງໃນນັ້ນກໍມີສີສັນແຫ່ງວັນນະກໍາ ທີ່ແສນສວຍງາມປະດັບຜືນພິພົບແຫ່ງນີ້ ໃຫ້ປະກອບໄປດ້ວຍສີສັນນາໆປະການທີ່ຄົນຜູ້ຫຼົງໄຫຼ ຫຼື ມັກ ຮັກໃນລົດຊາດຂອງມັນເທົ່ານັ້ນຈຶ່ງຈະບອກໄດ້ວ່າມັນວິເສດ ແລະ ມະຫັດສະຈັນພຽງໃດທີ່ຄົນໆໜຶ່ງ ສາມາດທີ່ຈະທະຍານຟ້າ ຫຼື ມະຫາສະໝຸດ ໄປໄດ້ຢ່າງອິດສະລະດຸດດັ່ງມີປີກໂດຍບິນໄປໃນໂລກແຫ່ງ ຈິນຕະນາການທີ່ໄຮ້ຂອບເຂດໃຫ້ຢຸດຢັ້ງກັກຂັງໄວ້ໄດ້.
  ຈາກການກ່າວມາຂ້າງເທິງນີ້ຍາກຍິ່ງຜູ້ທີ່ຢູ່ຄົນລະມູມໜຶ່ງຂອງໂລກແຫ່ງວັນນະກໍາທີ່ຈະຮັບຮູ້ ແລະ ດູດດື່ມສິ່ງທີ່ງັດໄງ້ອອກມາຈາກສ່ວນເລິກຂອງຫົວໃຈທີ່ຢາກຖ່າຍທອດອອກມາເປັນຄໍາເວົ້າທີ່ແຝງ ໄປດ້ວຍຄວາມກາລຸນາ ເມດຕາ ແລະ ໄຝ່ປາຖະໜາທີ່ຢາກໃຫ້ໂລກນີ້ມີແຕ່ສັນຕິ..........